ວັດສີສະເກດ

ຈາກ ວິກິພີເດຍ
Jump to navigation Jump to search
ວັັດສີສະເກດ.jpg

ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ ເອກະພາບ ອັນໜຶ່ງອັນດຽວກັນ ໃນສະໄໝລັດຊະການພຣະເຈົ້າຟ້າງຸ່ມ ຊື່ງເປັນອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານ ມີຄວາມເຂັ້ມແຂງ ປະມານ 400 ກວ່າປີ,ຈົນມາຮອດໄລຍະອານາຈັກລາວລ້ານຊ້າງ ແບ່ງອອກເປັນ 3 ອານາຈັກ ໃນປີ ພສ 2250 (ຄສ 1707) ແລະພສ 2256 ( ຄສ 1713) ຄື ອານາຈັກລາວລ້ານຊ້າງວຽງຈັນ, ອານາຈັກລາວລ້ານຊ້າງຫລວງພຣະບາງ ແລະ ອານາຈັກລາວລ້ານຊ້າງຈຳປາສັກມາເຖິງ ປີ ພສ 2321 (ຄສ 1778) ສາມອານາຈັກລາວລ້ານຊ້າງ ກໍໄດ້ຖືກຮຸກຮານ ຈາກ ເຈົ້າຕາກສິນກັບແມ່ທັບເອກ ພຣະມະຫາກະສັດເສີກ (ກຸງທົນບູລີ) ແລະ ຈົນໄດ້ຕົກເປັນປະເທດສະຣາດ ຫລືວ່າຫົວເມືອງ ສ່ວຍ ຂອງກຸງຣັດຕະນະໂກສິນ ເຖິງປີພສ 2436 (ຄສ1893)ປະມານ 100 ກວ່າປີ. ຕອນນັ້ນ ພຣະເຈົ້າອະນຸວົງສ໌ ກໍຄືກັບຣາດຊະວົງອົງອື່ນໆໂດຍສະເພາະຣາຊະວົງໃນກະສັດແຫ່ງອານາຈັກລາວລ້ານຊ້າງວຽງຈັນໄດ້ຖືກກວດຕ້ອນໄປເປັນຕົວປະກັນຢູ່ກຸງທົນບູລີ.ໃນປີ ພສ 2347 (ຄສ 1804) ຣັດຊະການທີ II ຂອງກຸງຣັດຕະນະໂກສິນ ຈຳເປັນຕ້ອງຕັ້ງ ພຣະເຈົ້າອະນຸວົງສ໌ ໃຫ້ຄອງນະຄອນຫລວງວຽງຈັນຈັນທະບູລີສີສະຕະນາຄະນາຫຸດອຸດຕະມະລາຊະທານີ ອານາຈັກລາວລ້ານຊ້າງ ວຽງຈັນຕໍ່ໄປ. ພຣະເຈົ້າ ອະນຸວົງສ໌ ນັບວ່າເປັນວິຣະກະສັດ ອົງສຳຄັນໃນຣາດຊະວົງ ແຫ່ງອານາຈັກລາວລ້ານຊ້າງ ພຣະອົງເປັນກະສັດ ສະຫລຽວສະຫລາດ ກ້າຄິດກ້າທຳ ກ້າຕັດສິນພຣະໄທ ທັງສາຍພຣະເນດກວ້າງໄກ ພະອົງໄດ້ນຳພາໄພ່ຟ້າລາດສະດອນເຕົ້າໂຮມຄວາມສາມັກຄີສ້າງບ້ານແປງເມືອງຄືນໃໝ່ ໄດ້ປະຕິສັງຂອນ ປູຊະນິຍະສະຖານຄືນໃໝ່ເຊັ່ນ: ພຣະທາດຫລວງ, ຫໍພຣະແກ້ວແລະໄດ້ສ້າງວັດສີສະເກດ ທີ່ມີຄວາມສຳຄັນທາງດ້ານປະຫວັດສາດ ວິວັດທະນາການ ຂອງປະຊາຊົນລາວ, ທາງດ້ານວັດທະນະທຳ ອຸດົມຄະຕິ,ຄວາມອາດສາມາດ ໃນອະດີດທີ່ຜ່ານໄປທີ່ໄດ້ສະແດງອອກທາງດ້ານ ປະຕິມາກຳສິນ,ຈິດຕະກຳສິນ ແລະອື່ນໆອີກ.ວັດສີສະເກດ ແຕ່ຊື່ທີ່ຈາລຶກໄວ້ໃນແຜ່ນສິລາວ່າ “ສະຕະສະຫັສສາຣາມ” (ແປວ່າ ວັດແສນ) ແຕ່ຄົນທັງຫລາຍເອີ້ນວ່າ “ວັດສີສະເກດ” ສ້າງຂຶ້ນ ເມື່ອປີ ພສ 2361 (ຄສ 1818) ວັດນີ້ໃນອະດີດຕັ້ງຢູ່ຕິດກັບບໍລິເວນພຣະຣາດຊະວັງຫລວງດ້ານຕາເວັນອອກ ສ່ຽງເໜືອ ແລະຕັ້ງຢູ່ດ້ານໃນກຳແພງບູຮານວຽງຈັນຊັ້ນໃນ ປັດຈຸບັນນີ້ ເບື້ອງທ່າຕິດກັບຖະໜົນສຸຸພານຸວົງ ເບື້ອງທົ່ງຕິດກັບທະນາຄານພັດທະນາອາຊີ ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ ວັດສີສະເກດນີ້ສ້າງໄດ້ 10 ປີກໍຖືກສົງຄາມ ພຣະນັ່ງເກົ້າເຈົ້າຢູ່ຫົວ ຣັດຊະການທີ III ຂອງກຸງຣັດຕະນະໂກສິນ ເຂົ້າມາຮຸກຮານແລະ ມ້າງເພທຳລາຍ ພ້ອມກັບການທຳລາຍນະຄອນຫລວງວຽງຈັນ ແຕ່ຫລັງສົງຄາມໄດ້ຜ່ານພົ້ນໄປ ປະຊາຊົນລາວ ກໍໄດ້ຟຶ້ນຟູວັດໃຫ້ຄືນດີດັ່ງເກົ່າ ໂດຍຮັກສາຮູບລັກສະນະການກໍ່ສ້າງເດີມໄວ້ທຸກຢ່າງ.ໃນວັດສີສະເກດ ແມ່ນມີສິ່ງຢັ້ງຢືນທາງດ້ານມໍລະດົກ,ວັດທະນະທຳ ໃຫ້ຄຸນຄ່າທາງດ້ານສິລະປະ ສະຖາປັດຕະຍະກຳສິນ ປະຕິມະກຳສິນ ຈິດຕະກຳສິນ ຫລາຍຢ່າງເຊັ່ນ ກົມມະລຽນ ຫລືສາລາຈົງກົມອ້ອມຮອບທັງ 4 ທິດ ແມ່ນວັດຖຸກໍ່ສ້າງທີ່ມີເຕັກນິກທາງດ້ານວິທະຍາສາດ,ຫົວຄິດປະດິດສ້າງຂອງຄົນລາວເຮົາບູຮານ ເພື່ອຮັບໃຊ້ສັງຄົມຕາມຍຸກສະໄໝ ເຊິ່ງເປັນສິລະປະແບບໃໝ່ຂອງອານາຈັກລ້ານຊ້າງວຽງຈັນ ໃນຕົ້ນສະຕະວັດທີ XIX ກົມມະລຽນ ມີຄວາມຍາວເບື້ອງລະ 55 ແມັດ ເສົາມີ 60 ຕົ້ນ ເສົາແຕ່ລະຕົ້ນຫ່າງກັນ 2.80 ແມັດ, ຫລັງຄາມຸງດ້ວຍດິນຂໍ ກົມມະລຽນ ສີ່ ດ້ານນີ້ຈະມີ ມຸກຊຶ່ງເປັນປະຕູທາງເຂົ້າທັງ ສີ່ ເບື້ອງ ສີໜ້າຂອງມຸກເຮັດດ້ວຍໄມ້ເນື້ອດີແກະສະລັກເປັນຮູບພຣະພຸດໂພທິສັດ ມີຮູບນົກ ແລະຮູບດອກໄມ້ຊະນິດຕ່າງໆ. ສະເພາະຝາຜະໜັງຂອງກົມມະລຽນ ມີຊ່ອງກຸດທີ່ເປັນຮູບໃບໂພ ມີຈຳນວນທັງໝົດ 3,420 ຊ່ອງ ແຕ່ລະຊ່ອງມີພຣະພຸດທະຮູບນ້ອຍປາງມາຣະວິໄຊ 2 ອົງທີ່ເຮັດດ້ວຍປະທາຍເພັດລວມຈຳນວນທັງໝົດມີ 6,840 ອົງທີ່ປະດິດສະຖານຢູ່ໃນຊ່ອງກຸດຂອງກົມມະລຽນ ຖ້ານລຸ່ມຕິດຝາກົມມະລຽນທັງສີ່ດ້ານ ມີພຣະພຸດທະຮູບປາງມາຣະວິໄຊ ທີ່ເຮັດດ້ວຍປະທາຍເພັດ ມີຈຳນວນ 120 ອົງ. ແຕ່ປີພ.ສ 2495-2512 (ຄ.ສ 1952-1969) ການສະສົມ ແລະທ້ອນໂຮມເອົາວັດຖຸບູຮານໄດ້ຈາກວັດເກົ່າທີ່ຖືກສົງຄາມສັກດີນາຕ່າງດ້າວເຂົ້າມາທຳລາຍມ້າງເພໃນປາງສົງຄາມກວາດລ້າງປຸ້ນສະດົມ ເມືອງວຽງຈັນ ປະຕິມະກຳ ທີ່ເຫລືອເມື່ອນັ້ນປະຊາຊົນລາວບັນດາເຜົ່າຈຶ່ງໄດ້ມີໂອກາດທ້ອນໂຮມໄວ້ຢູ່ໃນສິມ ແລະກົມມະລຽນ ເຊັ່ນ ພຣະພຸດທະຮູບທີ່ເຮັດດ້ວຍຫີນຊາຍ(ສະຕະວັດທີ 11 - 13)ສິລະປະສະໄໝຊາຍຟອງ ພຣະພຸດທະຮູບທີ່ເຮັດດ້ວຍທອງສຳລິດ (ສະຕະວັດທີ 15 - 18 ) ສິລະປະລ້ານຊ້າງ,ພຣະພຸດທະຮູບ,ຫີບພຣະຄຳພີ,ຮາງຫົດສົງທີ່ເຮັດດ້ວຍ ໄມ້ (ສະຕະວັດທີ 17-19 ) ແລະສິລາຈາລຶກ ເປັນແຜ່ນຫີນສີນໍ້າຕານທີ່ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານ ຕົວອັກສອນສາດ,ປະຫວັດສາດ ທີ່ບັນທືກວັດຖຸອຸປະກອນໃນການກໍ່ສ້າງວັດສີສະເກດ. ໃນຈຸດໃຈກາງຂອງກົມມະລຽນອ້ອມຮອບທັງສີ່ດ້ານນັ້ນ ແມ່ນທີ່ຕັ້ງຂອງສິມ ເປັນຮູບສີ່ຫລ່ຽມຍາວ ມີເນື້ອທີ່ 296,56 ຕາແມັດ (ຍາວ 25,40 ແມັດ,ກວ້າງ 15,70 ແມັດ) ຢູ່ໃນສິມມີພຣະພຸດທະຮູບອົງແສນ ເປັນພຣະປະທານ ປາງມາຣະວິໄຊ ພຣະພຸດທະຮູບອົງນີ້ຫລໍ່ຂຶ້ນໃນສະໄໝອານາຈັກລາວລ້ານຊ້າງ ຈະເລີນຮຸ່ງເຮື່ອງທັງເປັນພຣະພຸດທະຮູບທີ່ມີຄຸນຄ່າ ສຳຄັນທາງດ້ານປະຫວັດສາດ ສາສະໜາ ວັດທະນະທຳຂອງລາວ ເຮັດດ້ວຍທອງສຳລິດ (ໂລຫະປະສົມມີ ຄຳ,ເງິນ,ທອງ,ຊື່ນ) ມາຮອດໃນສະໄໝລັດຊະການພຣະເຈົ້າ ອະນຸວົງສ໌ຈຶ່ງໄດ້ສັ່ງໃຫ້ນາຍຊ່າງເອົາປະທາຍເພັດໂອບ ປະດັບປະດາ ແລະຮູບຊົງຍັງແມ່ນແບບເດີມ ຕ່າງແຕ່ມີຂະໜາດ ໃຫຍ່ກວ່າເກົ່າ. ລຸ່ມຖ້ານຂອງພຣະເຈົ້າອົງແສນ ແມ່ນຮາວທຽນທີ່ສ້າງຂຶ້ນໃນປີ ພສ 2361 (ຄສ 1818) ມີລວງສູງ 1.88 ແມັດ,ກວ້າງ 2.10 ແມັດຮາວທຽນນີ້ແມ່ນໃຊ້ສຳລັບຕິດທຽນບູຊາ ໃນພິທີກຳທາງສາສະໜາ, ຊຶ່ງເປັນສິລະປະສະກຸນຊ່າງລາວລ້ານຊ້າງວຽງຈັນແກະສະຫລັກທີ່ໂດດເດັ່ນປານີດພິສະດານສວຍງາມໃນສະໄໝລັດຊະການພຣະເຈົ້າອະນຸວົງສ໌ ຮາວທຽນນີ້ຖືວ່າເປັນມໍລະດົກອັນລໍ້າຄ່າຂອງປະຊາຊົນລາວບັນດາເຜົ່າ ແຕ່ອະດີດຈົນເຖິງປັດຈຸບັນ ແລະ ທັງເປັນອຸປະກອນຊະນິດໜຶ່ງຊຶ່ງເປັນຫລັກຖານທາງປະຫວັດສາດ ສາສະໜາ ວັດທະນະທຳທີ່ເປັນເອກະລັກຂອງຊາດລາວໂດຍແທ້. ຮາວທຽນນີ້ຍັງເປັນປະຕິມາກຳສິນໃຫ້ຄວາມສົນໃຈຈາກນັກຄົ້ນຄວ້າ ຊາວລາວແລະ ຊາວຕ່າງປະເທດອີກດ້ວຍ. ໃນປີ ພສ 2473 (ຄ.ສ 1930) ມະຫາອຸປະລາດ (ສະເດັດເຈົ້າບຸນຄົງ) ໄດ້ໃຫ້ນາຍຊ່າງຈຳລອງຮາວທຽນແລ້ວໄດ້ເອົາໄປວາງສະແດງຢູ່ ປາຣີ (ປະເທດຝຣັ່ງເສດ) ແລະ ໂອຊາກະ (ປະເທດຍີ່ປຸ່ນ) ແລ້ວນຳມາໄວ້ຢູ່ໃນຫໍພຣະແກ້ວວຽງຈັນ ຈົນເຖິງປັດຈຸບັນນີ້. ຝາສິມທັງສີ່ເບື້ອງຈະເປັນຊ່ອງກຸດລວມທັງໝົດມີ 1,026 ຊ່ອງ ແຕ່ລະຊ່ອງກຸດ ບັນຈຸພຣະພຸດທະຮູບນ້ອຍ ຊ່ອງລະ 2 ອົງຮວມທັງໝົດມີຈຳນວນ 2,052 ອົງ ແລະຝາຜະໜັງຂອງສິມມີຮູບແຕ້ມໃສ່ຝາຜະໜັງເລື່ອງພື້ນເມືອງຊາດົກເລື່ອງ: ພະລະສັງຂະຫຍາຊຶ່ງຕົວລະຄອນເອກແມ່ນເຈົ້າຊາຍໂບກຂະລະພັດ ການແຕ້ມແຕ່ງນີ້ ເປັນສີມືຊ່າງຂອງນັກຈິດຕະກຳສິນລາວເຮົາໃນສະໄໝນັ້ນໄດ້ພັນລະນາເຖິງທີ່ຕັ້ງຂອງພະລາດຊະວັງ ຫໍ ໂຮງ ພຸດທະປະຫວັດຂອງພຣະພຸດທະເຈົ້າ, ການດຳລົງຊີວິດຂອງໄພ່ຟ້າລາດສະດອນ,ພາບທຳມະຊາດ. ສິມສີສະເກດ ແມ່ນສະຖານທີ່ສຳຄັນ, ສັກສິດ ປະດິດສະຖານພຣະພຸດທະຮູບປະທານ (ອົງແສນ) ພຣະພຸດທະຮູບປາງຕ່າງໆ,ວັດຖຸທີ່ສຳຄັນທີ່ຮັບໃຊ້ພິທີກຳທາງສາສາໜາ ເປັນບ່ອນປະຕິບັດສາສະນາກິດຂອງພຣະພິກຂຸສົງ ສະຖານທີ່ສູດປະຕິໂມກ ແລະໃຊ້ໃນພິທີບວດ ນອກຈາກນັ້ນ ໃນເມື່ອກ່ອນຈະໃຊ້ໃນພິທີດື່ມນໍ້າສັດຈະ ໃນການປົກຄອງບ້ານເມືອງໃນສະໄໝກ່ອນ.ສິມ ແລະກົມມະລຽນສີສະເກດ ແມ່ນສະຖາປັດຕະຍະກຳສິນລາວ ຊຶ່ງປະກອບມີ ປະຕິມະກຳສິນ,ຈິດຕະກຳສິນທີ່ເປັນຂໍ້ມູນຫລັກຖານທາງບູຮານຄະດີ ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານປະຫວັດສາດ,ວັດທະນະທຳ ສາສະໜາ ຄວາມເຊື່ອຖືທີ່ປະຕິບັດຮີດຄອງປະເພນີ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ອາດີດຈົນເຖິງປັດຈຸບັນ ໃຫ້ຍືນຍົງຄົງຕົວກັບຊົນຊາດລາວຕະຫລອດໄປ.